ຂປລ. ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ)ເປີດຝຶກອົບຮົມ ຍົກລະດັບຄວາມຮູ້ໃຫ້ຄູ ຊັ້ນປະຖົມສຶກສາໃນ7ແຂວງເປົ້າໝາຍ (ບໍ່ແກ້ວ,ຫລວງນ້ຳທາ,ຜົ້ງສາລີ,ຫົວພັນ,ຊຽງຂວາງ,ສະຫວັນນະເຂດ ແລະ ຄຳມ່ວນ) ເພື່ອກະກຽມຄວາມພ້ອມໃນ ການເປີດສົກຮຽນໃໝ່ໃນຫົວຂໍ້“ຝຶກອົບຮົມວຽກສຶກສານິເທດພາຍໃນ”ແນໃສ່ພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃຫ້ກວ້າງອອກໄປສູ່ທ້ອງຖິ່ນ ເພື່ອແບ່ງຂັ້ນຄຸ້ມຄອງ ໃນດ້ານການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ
ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນວ່າ: ຄູມີບົດບາດສຳຄັນໃນການຮຽນ ທີ່ປະສົບຜົນສຳເລັດ ແລະ ອະນາຄົດຂອງໄວໜຸ່ມ, ຄູ່ເປັນຜູ້ນໍາເອົາຫລັກ ສູດ ຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ມານຳໃຊ້ໃນຫ້ອງຮຽນຕົວຈິງ. ເຖິງຢ່າງໃດກໍ່ຕາມ,ຄູຍັງຕ້ອງ ການການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອປັບຕົວໃຫ້ຄຸ້ນເຄີຍກັບ ການຮຽນ-ການສອນ ຫລັກສູດຊັ້ນປະຖົມສຶກສາ ສະບັບປັບປຸງຢ່າງຄົບຖ້ວນ. ດ້ວຍເຫດນີ້,ລັດຖະບານອົດສະຕຣາລີ,ຈຶ່ງໄດ້ເນັ້ນໃສ່ການພັດທະນາວິຊາຊີບຄູ ໃນໄລຍະທີ2ຂອງແຜນງານບີຄວາ ແລະ ສ້າງລະບົບການສະໜັບສະໜູນຄູຕະ ຫລອດສົກຮຽນ.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ເລຂາເອກ,ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: ລັດຖະ ບານອົດສະຕຣາລີ ຈະຊ່ວຍເຫລືອຂະແໜງການສຶກສາໃນລາວ ເປັນຕົ້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ດ້ວຍວິທີການການສອນ ແລະ ສື່ການຮຽນ-ການສອນແບບໃໝ່ ຜ່ານຫລັກສູດ ສະບັບປັບປຸງ. ຄູແມ່ນໃຈກາງຂອງການຮຽນຮູ້ຂອງນັກຮຽນ, ເປົ້າໝາຍຂອງພວກເຮົາ ແມ່ນເພື່ອສ້າງຄວາມໝັ້ນໃຈ ແລະ ທັກສະຂອງຄູ ໂດຍການຊ່ວຍໃຫ້ເຂົາເຈົ້າເຂົ້າເຖິງ ການຊ່ວຍເຫລືອ ທີ່ມີຄຸນນະພາບສູງ ແລະ ການພັດ ທະນາວິຊາຊີບຢ່າງເປັນປົກກະຕິ.ຊຸດອົບຮົມຄັ້ງນີ້, ເປັນຄັ້ງທີ4ຜູ້ເຂົ້າຮ່ວມໄດ້ຮຽນຮູ້ນໍາໃຊ້ຄູ່ມືຄູ ເພື່ອປັບບົດຮຽນສໍາລັບຫ້ອງຄວບ ແລະ ຄໍາແນະນໍາສຳລັບ ກິດຈະກໍາພິເສດສໍາລັບນັກຮຽນ ທີ່ເຮັດກິດຈະກຳແລ້ວໄວ. ນອກນີ້, ຍັງໄດ້ຮຽນຮູ້ກ່ຽວກັບການສອນເປັນຄູ່ ເຊິ່ງເປັນກິດຈະກຳໜຶ່ງຂອງ ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງ ທີ່ຄູ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ ໃຫ້ມີການຊຸກຍູ້ຊ່ວຍເຫລືອຢູ່ເລື້ອຍໆ
网友评论/