ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີ

  ຂປລ. ທ້າຍ​ອາທິດ​ຜ່ານ​ມາ,ໂຮງຮຽນວິທະຍາໄລສິລະປະສຶກສາ ໄດ້ມອບເຄື່ອງດົນຕີພື້ນເມືອງ ຈຳນວນ5ຊຸດ ໃຫ້ໜ່ວຍສິລະປະ-ວັນນະຄະດີ ສະໝັກຫລິ້ນ ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ລວມມູນຄ່າ7,8ລ້ານກີບ, ມອບໂດຍ ທ່ານ ຈີ້ເຮີ ໄຟບີ ອາຈານສອນດົນຕີພື້ນເມືອງ ໂຮງຮຽນວິທະຍາໄລສິລະປະສຶກສາ,ຕ່າງໜ້

  ຂປລ. ທ້າຍ​ອາທິດ​ຜ່ານ​ມາ,ໂຮງຮຽນວິທະຍາໄລສິລະປະສຶກສາ ໄດ້ມອບເຄື່ອງດົນຕີພື້ນເມືອງ ຈຳນວນ5ຊຸດ ໃຫ້ໜ່ວຍສິລະປະ-ວັນນະຄະດີ ສະໝັກຫລິ້ນ ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ລວມມູນຄ່າ7,8ລ້ານກີບ, ມອບໂດຍ ທ່ານ ຈີ້ເຮີ ໄຟບີ ອາຈານສອນດົນຕີພື້ນເມືອງ ໂຮງຮຽນວິທະຍາໄລສິລະປະສຶກສາ,ຕ່າງໜ້າຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

  ໂອກາດນີ້,ທ່ານ ພັນເອກ ສະແຫວງ ແດນນາມົນ ໄດ້ສະແດງຂອບໃຈມາຍັງໂຮງຮຽນ ວິທະຍາໄລສິລະປະສຶກສາ ທີ່ເຫັນໄດ້ເຖິງຄວາມສຳຄັນ ທາງດ້ານສິລະປະ-ວັນນະຄະດີ ຂອງນ້ອງນັກ ຮຽນ ແລະ ໄດ້ປະກອບສ່ວນເຄື່ອງດົນຕຕີພື້ນເມືອງໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນວຽກງານ ສິລະປະ-ວັນນະຄະດີ ໃຫ້ນ້ອງນັກຮຽນ​ໄດ້ສຶກສາຮຽນຮູ້ ​ແລະ ນ້ຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ. ພ້ອມ​ນີ້,ທ່ານ ພັນເອກ ສະແຫວງ ແດນນາມົນ ຍັງລາຍ​ງານ​ໃຫ້​ຮູ້​ອີກວ່າ: ໂຮງຮຽນວັດທະນະທໍາຊົນເຜົ່າກອງ ທັບ ເປັນໂຮງຮຽນທີ່ຕັ້ງຂຶ້ນໃໝ່ ຍັງຂາດສິ່ງເອື້ອອໍານວຍ ຄວາມສະດວກ ຫລາຍດ້ານ ເປັນຕົ້ນ ວັດຖຸອຸປະກອນຮັບໃຊ້ຫ້ອງການ,ອຸປະກອນການຮຽນ-ການສອນ,ລະບົບຫໍພັກ,ຕຽງນອນ,ບ່ອນຢູ່-ບ່ອນນອນ,ນໍ້າໃຊ້-ນໍ້າອາບ ຍັງບໍ່ພຽງພໍ ກັບຄວາມຕ້ອງການຂອງນ້ອງນ້ອຍ-ນັກຮຽນ. ພ້ອມນີ້ ຍັງຮຽກຮ້ອງໃຫ້ພາກສ່ວນ ທີ່ມີຄວາມສາມາດ ຊ່ວຍກັນອຸປະຖຳ ບັນດາອຸປະກອນຮັບໃຊ້ເຂົ້າໃນ ວຽກງານການຮຽນ-ການສອນ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າ ໃນວຽກງານຕົວຈິງ ຂອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ ຕື່ມ​ອີກ.

  ຂ່າວ: ໂອລິນ ມິ່ງມີໄຊ

网友评论/

相关推荐/