ຂປລ. ສປປ ລາວ ເປັນປະເທດທີ່ອຸດົມສົມບູນ ທາງດ້ານວັດທະນະທໍາ ແລະ ມີຄວາມຫລາກຫລາຍຂອງຊົນເຜົ່າ. ໃນນັ້ນ, ເກືອບ40%ຂອງປະຊາກອນລາວ ເວົ້າພາສາເຜົ່າ ທີ່ບໍ່ແມ່ນພາສາລາວລຸ່ມ. ສະນັ້ນ, ຈຶ່ງເຮັດໃຫ້ ນັກຮຽນ ຂັ້ນ ປ1ສ່ວນຫລາຍ ໂດຍສະເພາະຜູ້ທີ່ມາຈາກເຂດຫ່າງໄກ ແລະ ດ້ອຍໂອກາດ ເມື່ອເລີ່ມເຂົ້າຮຽນ ຂັ້ນ ປ1ຍັງບໍ່ທັນມີທັກສະການປາກເວົ້າພາສາລາວ ເຮັດໃຫ້ນັກຮຽນເຫລົ່ານີ້ ບໍ່ເຂົ້າໃຈສິ່ງທີ່ຄູເວົ້າ.ສະນັ້ນ, ນັບແຕ່ສົກຮຽນ2024-2025ເປັນຕົ້ນໄປ,ນັກຮຽນ ຂັ້ນ ປ1ທີ່ບໍ່ເວົ້າພາສາລາວເປັນຫລັກໃນຄອບຄົວ ຈະໄດ້ຮຽນບົດຮຽນ ຝຶກເວົ້າພາສາລາວ ເຊິ່ງບົດຮຽນໃໝ່ນີ້ຖືກພັດທະນາຂຶ້ນ ໂດຍສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາກະຊວງສຶກສາທິການ ແລະ ກິລາໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ຂອງປະເທດສະຫະລັດ ອາເມລິກາໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ).
ບົດຮຽນຝຶກເວົ້າພາສາລາວ ສາມາດຈັດຕັ້ງປະຕິບັດໃນທຸກ ຂັ້ນຮຽນ ປ1ທົ່ວປະເທດ ຂຶ້ນກັບລະດັບພື້ນຖານພາສາຂອງນັກຮຽນ ເມື່ອເລີ່ມຕົ້ນເຂົ້າຮຽນ. ຄູສອນ ຂັ້ນ ປ1,ຜູ້ອໍານວຍການ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ຈະເລືອກວ່າ ຄວນສອນບົດຮຽນຝຶກເວົ້າພາສາລາວ ໃນໂຮງ ຮຽນຫລືບໍ ໂດຍອີງຕາມຄວາມຕ້ອງການຂອງນັກຮຽນ ຂັ້ນ ປ1, ບົດຮຽນຝຶກເວົ້າພາສາລາວ ແມ່ນບົດຮຽນເສີມນອກຈາກ ບົດຮຽນປົກກະຕິ ຕາມຕາຕະລາງຮຽນ ເຊິ່ງຈະມີບົດຮຽນທີ່ປະກອບຕື່ມ ແລະ ເຊື່ອມຕໍ່ໂດຍກົງກັບຫລັກສູດການຮຽນການສອນວິຊາພາສາລາວ ສໍາລັບ ຂັ້ນ ປ1.ບົດຮຽນດັ່ງກ່າວ,ຈະເນັ້ນໃສ່ການພັດທະນາ ທັກສະການເວົ້າພາສາລາວ ໂດຍຜ່ານການຊ່ວຍເຫລືອ ໃນການເວົ້າ ແລະ ການຟັງ.
ທ່ານ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ນັບແຕ່ປີ2019ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ສ້າງຄວາມເຂັ້ມແຂງ ດ້ານວິຊາພາສາລາວ ໃຫ້ແກ່ນັກຮຽນ ທີ່ເລີ່ມເຂົ້າໂຮງຮຽນ ແຕ່ບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ ສື່ການຮຽນ-ການສອນ ຝຶກເວົ້າພາສາລາວທັງໝົດ ໄດ້ຖືກທົດສອບໃນຫລາຍແຂວງ ແລະ ໄດ້ຮັບການປັບປຸງນັບແຕ່ປີ2019ສະແດງໃຫ້ເຫັນວ່າ ວິທີການດັ່ງກ່າວ,ສົ່ງຜົນປະໂຫຍດແກ່ນັກຮຽນ ທີ່ຍັງບໍ່ທັນມີຄວາມສາມາດ ເວົ້າພາສາລາວໄດ້ດີເທື່ອ ແລະ ຊ່ວຍໃຫ້ເຂົາເຈົ້າໄດ້ຮຽນຮູ້ ຄໍາສັບໃໝ່ຢ່າງມ່ວນຊື່ນ ແລະ ມີປະສິດທິພາບ. ສະນັ້ນ,ກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸມັດໃຫ້ບັນດາສື່ ການຮຽນ-ການສອນ ແລະ ບົດຮຽນຝຶກເວົ້າພາສາລາວ ໄດ້ນໍາມາສິດ ສອນໃຫ້ນັກຮຽນຫ້ອງຮຽນ ຂັ້ນ ປ1ໃນທົ່ວປະເທດ ນັບແຕ່ສົກຮຽນ2024-2025ນີ້ເປັນຕົ້ນໄປ.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ,ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: ລັດຖະ ບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມມືກັນທົດລອງ ວິທີການສິດສອນແບບໃໝ່ ເພື່ອເພີ່ມການເຂົ້າເຖິງຂອງ ເດັກໃນລະບົບການສຶກສາໂດຍສະເພາະແມ່ນເດັກນ້ອຍ ທີ່ດ້ອຍໂອກາດ ທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວ ລຸ່ມຢູ່ເຮືອນ. ບົດຮຽນຝຶກເວົ້າພາສາລາວ ເປັນຕົວຢ່າງທີ່ດີຂອງວິທີການ ທົດລອງຂະໜາດນ້ອຍ ທີ່ປະສົບຜົນສໍາເລັດ ສາມາດກາຍເປັນບົດຮຽນ ທີ່ໄດ້ຮັບການອະນຸມັດ ໃຫ້ສິດສອນໃນທົ່ວປະເທດ.
ປຶ້ມແບບຮຽນຝຶກເວົ້າພາສາລາວ ທີ່ມີສີສັນສວຍງາມ184.680ຫົວ,ປຶ້ມຄູ່ມືຄູພາສາລາວ13.680ຫົວ,ພ້ອມທັງສື່ການຮຽນ-ການສອນ ເສີມພາສາລາວ (ລວມມີ13.680ຊຸດ,ບັດນິທານ27.200ແຜ່ນ,ຊຸດເກມ ບິງໂກ27.200ຊຸດ) ໄດ້ຖືກແຈກຍາຍໃຫ້ບັນດາ ໂຮງຮຽນໃນທົ່ວປະເທດ ເພື່ອສະໜອງໃຫ້ແກ່ຄູສອນ ຂັ້ນ ປ1.
网友评论/