ອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ- ກໍາປູເຈຍ, ກໍາປູເຈຍ-ລາວ ດຳເນີນກອງປະຊຸມ ຄັ້ງທີ 10

  ຂປລ. ກອງປະຊຸມ ຄະນະກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ຈັດຂຶ້ນໃນວັນທີ7ພະຈິກ2024ຢູ່ແຂວງສຽມຣຽບ,ຣາຊະອານາຈັກກໍາປູເຈຍ ເຊິ່ງຄະ ນະອະນຸກໍາມະການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ

  ຂປລ. ກອງປະຊຸມ ຄະນະກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ຈັດຂຶ້ນໃນວັນທີ7ພະຈິກ2024ຢູ່ແຂວງສຽມຣຽບ,ຣາຊະອານາຈັກກໍາປູເຈຍ ເຊິ່ງຄະ ນະອະນຸກໍາມະການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ,ປະທານຄະນະອະນຸກໍາມະການ ເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະ ນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ໄອ ວູທິ ຮອງລັດຖະມົນຕີ ປະຈໍາຄະນະກໍາມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍ,ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ກໍາປູເຈຍ-ລາວ ໂດຍມີຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ທັງສອງຝ່າຍ ເຂົ້າຮ່ວມ.

  ກອງປະຊຸມ ໄດ້ຮ່ວມກັນຮັບຮອງເອົາບົດບັນທຶກ ຂອງກອງປະຊຸມ ຄັ້ງທີ4ຂອງກອງສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງວັນທີ6ພະຈິກ2024ທີ່ ແຂວງສຽມຣຽບ,ຣາຊະອານາຈັກກຳປູເຈຍ ແລະ ຮັບຮອງບົດບັນທຶກກອງປະຊຸມ ຄະນະວິຊາການເຕັກນິກຮ່ວມ ສະບັບລົງວັນທີ23ຕຸລາ2024ທີ່ແຂວງຈໍາປາສັກ ສປປ ລາວ ກ່ຽວກັບການຂີດທິດເນັ່ງເສັ້ນຊາຍແດນ ທີ່ສອງຝ່າຍໄດ້ເອກະພາບກັນ ໃນການສໍາຫລວດທິດເນັ່ງເສັ້ນຊາຍແດນຂອງສອງປະເທດ80%.ພ້ອມກັນນັ້ນ,ໄດ້ປຶກສາຫາລືກ່ຽວກັບ ແຜນການປະຕິບັດງານ ຮ່ວມກັນໃນການສຳຫລວດ ແລະ ປັກຫລັກໝາຍ ຊາຍແດນ ຢູ່ພື້ນທີ່ຕົວຈິງ ຢູ່ບໍລິເວນຫລັກໝາຍຊາຍແດນ032/17-033/3;ການສໍາຫລວດ ແລະ ກໍານົດທິດເນັ່ງເສັ້ນຊາຍແດນ ບໍລິເວນຈຸດຄາດກະຈະປັກຫລັກໝາຍຊາຍແດນ033/3-034;ການຖອນຫລັກໝາຍຊາຍແດນທີ່ມີຢູ່ ແລະ ປັກຫລັກໝາຍຊາຍແດນ ຢູ່ບໍລິເວນຊາຍແດນ024-028;ການກຳນົດຈຸດຄາດ ກະຈະປັກຫລັກໝາຍຊາຍແດນ ເລກທີ002ແລະ003.ພ້ອມທັງ ປຶກສາຫາລືກ່ຽວກັບ ການສ້າງຕັ້ງເພີ່ມໜ່ວຍວິຊາການເຕັກນິກຮ່ວມ,ການລົງສຳຫລວດ ແລະ ປັກຫລັກໝາຍຊາຍແດນ ຢູ່ບໍລິເວນຈຸດຄາດກະຈະປັກ ຫລັກໝາຍຊາຍແດນເລກທີ003-024ແລະ037-040,ການປັບປຸງຮ່າງເນື້ອໃນຂໍ້ກຳນົດ ທາງດ້ານເຕັກນິກ ວ່າດ້ວຍການສໍາຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມສອງຝ່າຍ (TOR)ແລະ ບັນຫາອື່ນໆ.

  ພ້ອມກັນນີ້,ສອງຝ່າຍຍັງໄດ້ວາງແຜນການເຮັດວຽກຮ່ວມກັນໃນປີ2025ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍ ສືບຕໍ່ລົງໄປກໍານົດຈຸດທີ່ຕັ້ງ ຫລັກໝາຍຊາຍແດນ ແລະ ປັກຫລັກໝາຍຊາຍແດນເພີ່ມ (ປັກຫລັກໝາຍຖີ່) ຢູ່ພື້ນທີ່ຕົວຈິງ ຢູ່ ແຂວງອັດຕະປື ກັບແຂວງລັດຕະນະຄີລີ ຈົນເຖິງຈຸດຄົບເສັ້ນຊາຍແດນ ສາມປະເທດ ລາວ-ກໍາປູເຈຍ-ຫວຽດນາມ ແລະ ສືບຕໍ່ປຶກສາຫາລື ເພື່ອຊອກຫາວິທີການແກ້ໄຂບັນດາບໍລິເວນ ທີ່ຍັງບໍ່ທັນເປັນເອກະພາບກັນ ໃຫ້ສໍາເລັດໄປເທື່ອລະກ້າວ.

  ກອງປະຊຸມຄັ້ງນີ້,ເປັນການປະກອບສ່ວນອັນສໍາຄັນເຂົ້າໃນ ການເພີ່ມພູນຄູນສ້າງ ສາຍພົວພັນຮ່ວມມື ຂອງສອງປະເທດ ຖານບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອອັນດີງາມ ມາແຕ່ບູຮານນະການໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ​ໂດຍສະເພາະ ກໍຄື ວຽກງານສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລະຫວ່າງສອງປະເທດ ແນໃສ່ຕອບສະໜອງ ຄວາມປາດຖະໜາອັນແຮງກ້າຂອງການ ນໍາສອງພັກ,ສອງລັດກໍຄື ຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃນການສ້າງຊາຍແດນຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ,ມິດຕະພາບ ແລະ ການຮ່ວມມືທີ່ຍາວນານ.

  ຂ່າວ-ພາບ: ກຕທ

网友评论/

相关推荐/