ຂປລ. ກອງປະຊຸມ ຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 5-6 ພະຈິກ 2024 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ເພື່ອແລກປ່ຽນ ແລະ ສົນທະນາລະຫວ່າງບົດຮຽນຂອງຕ່າງປະເທດ ໂດຍສົມທຽບໃສ່ ກົດໝາຍ ວ່າດ້ວຍການດໍານເນີນຄະດີແພ່ງ ຂອງ ສປປ ລາວ, ທັງເປັນພື້ນຖານທາງດ້ານວິຊາການ ໃຫ້ແກ່ການປັບປຸງເນື້ອໃນ ຂອງຮ່າງກົດໝາຍດັ່ງກ່າວ ທີ່ຈະນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ8ຂອງສະພາແຫ່ງຊາດ (ສພຊ) ຊຸດທີIXໄດ້ມີການຄົ້ນຄວ້າເນື້ອໃນຢ່າງລະອຽດເລິກເຊິ່ງ ໂດຍມີການແລກປ່ຽນບົດ ຮຽນກັບຊ່ຽວຊານຕ່າງປະເທດ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມຄົບຖ້ວນ,ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ.
ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ ໄດ້ໃຫ້ຮູ້ວ່າ: ກົດໝາຍສະບັບນີ້ ແມ່ນໜຶ່ງໃນກົດໝາຍຈໍານວນ9ສະບັບ ທີ່ຈະນໍາເຂົ້າພິຈາ ລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ8ຂອງສະພາແຫ່ງຊາດຊຸດທີIXແລະ ການຈັດກອງປະຊຸມ ໃນຄັ້ງນີ້ ແມ່ນການທົບທວນຄືນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຂອງ ສປປ ລາວ ທຽບໃສ່ການຈັດ ຕັ້ງປະ ຕິບັດຕົວຈິງຂອງບົດຮຽນປະເທດເຢຍລະມັນ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບປັບປຸງນີ້ ມີຄວາມຈະແຈ້ງ,ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງ ຄົມ.
ກອງປະຊຸມໄດ້ຮັບຟັງ ການສະເໜີບົດຮຽນກ່ຽວກັບ ການດຳເນີນຄະດີແພ່ງ ຂອງປະເທດເຢຍລະມັນ, ທັງເປັນການຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈຂອງຄະນະຮັບຜິດຊອບ ປັບປຸງຮ່າງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຕໍ່ເນື້ອໃນ ຂອງກົດໝາຍໃຫ້ຫລາຍຂຶ້ນ;ສຳລັບຮ່າງກົດໝາຍວ່າດ້ວຍການ ດຳເນີນຄະດີແພ່ງ ແມ່ນໄດ້ຜ່ານການກວດກາເນື້ອໃນ ຮອບດ້ານຂອງຮ່າງກົດໝາຍສຳເລັດແລ້ວ ເຊິ່ງຢູ່ໃນຂັ້ນຕອນການກະກຽມ ລາຍງານຕໍ່ກອງປະຊຸມ ຄະນະປະຈໍາ ສະພາແຫ່ງຊາດ; ຮັບຟັງການສະເໜີຫຍໍ້ບົດຮຽນ ກ່ຽວກັບກົດໝາຍ ວ່າດ້ວຍການປົກຄອງຂອງຕ່າງປະເທດ ແລະ ບົດຮຽນກ່ຽວກັບການດຳເນີນ ຄະດີແພ່ງຂອງຕ່າງປະເທດ ຈາກຊ່ຽວຊານຕ່າງປະເທດ,ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ຂອງ ສປປ ລາວ ພ້ອມທັງສະເໜີປະເດັນທີ່ຢາກ ແລກປ່ຽນກັບຊ່ຽວຊານຕ່າງປະເທດ,
ຈາກນັ້ນ,ກໍໄດ້ຄົ້ນຄວ້າ,ປະກອບຄໍາເຫັນ ແລະ ຊັກຖາມຕໍ່ເນື້ອໃນຂອງກົດໝາຍສະບັບດັ່ງ ກ່າວ ທີ່ຕິດພັນກັບພາລະບົດບາດ,ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນ ມີຄວາມກະຈ່າງແຈ້ງ,ຮັດກຸມ ແລະ ແທດເໝາະກັບສະພາບ ຄວາມເປັນຈິງໃນປັດຈຸບັນ.
ຂ່າວ: ສພຊ
网友评论/