ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມ ສຸດຍອດ ຂອບການຮ່ວມມື ກຳປູ ເຈຍ-ລາວ-ມຽນມາ-ຫວຽດນາມ

  ຂປລ. ໃນຕອນບ່າຍວັນທີ7ພະຈິກ2024,ທີ່ ນະຄອນຄຸນໝິງ ສປ ຈີນ,ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ສຸດຍອດ ຂອບການຮ່ວມມື ກຳປູ ເຈຍ-ລາວ-ມຽນມາ-ຫວຽດນາມ(CLMV)ຄັ້ງທີ11ໂດຍການເປັນປະທານຂອງທ່ານພົນເອກ ອາວຸໂສ ມິງ ອອງ ລາຍ ນາຍົກລັດຖະມົນຕີ

  ຂປລ. ໃນຕອນບ່າຍວັນທີ7ພະຈິກ2024,ທີ່ ນະຄອນຄຸນໝິງ ສປ ຈີນ,ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ສຸດຍອດ ຂອບການຮ່ວມມື ກຳປູ ເຈຍ-ລາວ-ມຽນມາ-ຫວຽດນາມ(CLMV)ຄັ້ງທີ11ໂດຍການເປັນປະທານຂອງທ່ານພົນເອກ ອາວຸໂສ ມິງ ອອງ ລາຍ ນາຍົກລັດຖະມົນຕີ ແຫ່ງສສ ມຽນມາພາຍໃຕ້ຄຳຂວັນ: “ມິດຕະພາບ ແລະ ຄວາມສາມັກຄີ ເພື່ອປະ ຊາຄົມທີ່ເຂັ້ມແຂງ ແລະ ຮຸ່ງເຮືອງສີວິໄລ.

  ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດໃນໄລຍະ ຜ່ານມາ ແລະ ຜັນຂະຫຍາຍທິດທາງ ການຮ່ວມມືໃນຕໍ່ໜ້າ ລວມທັງຊຸກຍູ້ ແລະ ຂົນຂວາຍການສະໜັບສະໜູນ ຈາກບັນດາຄູ່ຮ່ວມພັດທະນາ ຂອງຂອບການຮ່ວມມືCLMV.ກອງປະຊຸມຄັ້ງນີ້,ຍັງໄດ້ຮັບຮອງເອົາຖະແຫລງການ ຮ່ວມຂອງກອງປະຊຸມສຸດຍອດCLMVຄັ້ງທີ11ແລະ ໄດ້ມອບການເປັນ ປະທານ ກອງປະຊຸມສຸດຍອດCLMVຄັ້ງທີ12ໃຫ້ແກ່ ສສ ຫວຽດນາມ.

  ໃນໄລຍະເຄື່ອນໄຫວຢູ່ ນະຄອນຄຸນໝິງ,ທ່ານນາຍົກລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍ ກັບບັນດາຄູ່ຮ່ວມຕໍາແໜ່ງ ຄື:ນາຍົກລັດຖະມົນຕີມຽນມາ ແລະ ນາຍົກລັດຖະມົນຕີ ຫວຽດນາມ;ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງ ປະທານທະນາຄານພັດທະນາອາຊີ ແລະ ການນຳຂັ້ນສູງຂອງແຂວງຢຸນນານ ເພື່ອສືບຕໍ່ຮັດແໜ້ນ ແລະ ຊຸກຍູ້ການຮ່ວມມືໃນດ້ານຕ່າງໆ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ໃນຕໍ່ໜ້າ.

网友评论/

相关推荐/