ຂປລ. ເມື່ອບໍ່ດົນຜ່ານມານີ້,ບ້ານແກ້ງໝໍ້ ເມືອງສັງທອງ ນະຄອນຫລວງວຽງຈັນ ຈັດການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ2024, ມີເຮືອເຂົ້າຮ່ວມແຂ່ງຂັນ5ລຳ ໃນນັ້ນ,ມີເຮືອເຈົ້າພາບບ້ານແກ້ງໝໍ້3ລຳ ແລະ ເຮືອມາຈາກຕ່າງເມືອງ2ລຳ ໂດຍມີການນຳຂັ້ນເມືອງ,ນະຄອນຫລວງວຽງຈັນ, ພ້ອມດ້ວຍປະຊາຊົນ ບ້ານແກ້ງໝໍ້ ເຂົ້າຮ່ວມຊົມ-ເຊຍ ຢ່າງຄຶກຄື້ນມ່ວນຊື່ນ.
ຜ່ານການແຂ່ງຂັນ ທີ1ໄດ້ແກ່ເຮືອຊ່ວງອ່າງໃຫຍ່ ຈາກເມືອງສີໂຄດຕະບອງ ໄດ້ຮັບເງິນລາງວັນ4ລ້ານກີບ,ພ້ອມຂັນລາງວັນ 1 ໜ່ວຍ,ອັນດັບທີ2ໄດ້ແກ່ເຮືອຊ່ວງບີ່ນາວາ ຊາວໜຸ່ມບ້ານແກ້ງໝໍ້ ໄດ້ຮັບເງິນລາງວັນ3ລ້ານກີບ,ພ້ອມຂັນລາງວັນ,ອັນດັບທີ3ໄດ້ແກ່ເຮືອ ເຈົ້າພໍ່ສີຊົມຊື່ນ2ເຮືອເຈົ້າພາບຈັດງານບຸນ ໄດ້ຮັບເງິນລາງວັນ2ລ້ານກີບ,ພ້ອມຂັນລາງວັນ ແລະ ອັນດັບທີ4ໄດ້ແກ່ເຮືອ ເຈົ້າພໍ່ສີຊົມຊື່ນ1ເຮືອເຈົົ້າພາບຈັດງານບຸນ ໄດ້ຮັບເງິນລາງວັນ1ລ້ານກີບ,ພ້ອມຂັນລາງວັນ.
ທ່ານ ວີໄຊ ສີດວງລາດ ນາຍບ້ານແກ້ງໝໍ້ ໄດ້ໃຫ້ຮູ້ວ່າ: ບ້ານແກ້ງໝໍ້ ໄດ້ຈັດງານບຸນອອກພັນສາ ກໍຄື ການແຂ່ງຂັນຊ່ວງເຮືອ ປະເພນີເປັນປະຈຳ ໃນທຸກໆປີ ເພື່ອຮັກສາວັດທະນະທຳ,ຮີດຄອງປະເພນີອັນດີງາມທີ່ເຄີຍປະຕິບັດກັນມາ ໃຫ້ມີຄວາມຢືນຍົງ,ທັງເປັນການ ເຕົ້າໂຮງຄວາມສາມັກຄີ ປະຊາຊົນພາຍໃນບ້ານ,ບ້ານໃກ້ຄຽງ ແລະ ບັນດາເມືອງໃນນະຄອນຫລວງວຽງຈັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າໂດຍໄດ້ຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນການແຂ່ງຂັນຊ່ວງເຮືອ,ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ປະເພດເຄື່ອງອຸປະໂພກ-ບໍລິໂພກ,ອາຫານ,ເຄື່ອງດື່ມ ແລະ ອື່ນໆ, ພ້ອມທັງມີການສະ ແດງສິລະປະດົນຕີ ຕື່ມອີກ.
ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ແມ່ນ ຮີດ12ຄອງ14ແລະ ແມ່ນຮີດ ຄອງປະເພນີ ອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ ບູຮານນະການ ເຊິ່ງມີປະຫວັດຄວາມເປັນມາອັນຍາວນານ. ການແຂ່ງຂັນຊ່ວງເຮືອ ໃນໂອກາດບຸນອອກພັນສາ ເປັນກິລາທາງໜ້ານ້ຳ ປະເພດໜຶ່ງ ຈັດຂຶ້ນເພື່ອເປັນການສ້າງໂອກາດ ໃຫ້ປະຊາຊົນ ໄດ້ມາພົບປະເພື່ອນມິດສະຫາຍ,ຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະທິດ ໄດ້ມາພັກຜ່ອນຢ່ອນໃຈ ພາຍຫລັງທີ່ທຳການຜະລິດໃນລະດູຝົນຕະ ຫລອດຫລາຍເດືອນຜ່ານມາ.
ຂ່າວ: ທະນູທອງ
ພາບ: ເກດສະໜາ
网友评论/