ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025

  ຂປລ. ໃນສົກຮຽນ2024-2025ນີ້,ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະ ດ້ານພື້ນຖານໂຄງລ່າງເປັນຕົ້ນຫ້ອງຮຽນ,ໂຕະຕັ່ງ,ອຸປະກອນການຮຽນ-ການສອນ ແລະ ອື່ນໆ, ພ້ອມທັງກຽມ ດ້ານບຸກຄະລາກອນ

  ຂປລ. ໃນສົກຮຽນ2024-2025ນີ້,ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະ ດ້ານພື້ນຖານໂຄງລ່າງເປັນຕົ້ນຫ້ອງຮຽນ,ໂຕະຕັ່ງ,ອຸປະກອນການຮຽນ-ການສອນ ແລະ ອື່ນໆ, ພ້ອມທັງກຽມ ດ້ານບຸກຄະລາກອນ,ພະນັກງານ,ຄູ-ອາຈານ ຂອງແຕ່ລະຊັ້ນຮຽນ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ການຮຽນ-ການສອນ ຢູ່ພາຍໃນໂຮງຮຽນ ໄດ້ທັງປະລິມານ ແລະ ຄຸນນະພາບ ເຊິ່ງໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈະເລີ່ມເຂົ້າຮຽນ ນັບແຕ່ວັນທີ3ກັນຍາ ເປັນຕົ້ນໄປ, ສຳລັບມື້້ເປີດສົກຮຽນ2024-2025ຢ່າງເປັນທາງການ ຈະຈັດຂຶ້ນໃນກາງເດືອນນີ້.

  ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໃຫ້ສຳພາດ ໃນວັນທີ2ກັນຍາ2024ນີ້ວ່າ: ເພື່ອກຽມຄວາມພ້ອມ ໃຫ້ແກ່ການເປີດສົກຮຽນ ໃໝ່2024-2025, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ມີຄວາມພ້ອມ ຮອບດ້ານ ໂດຍສະເພາະ ໄດ້ມີການປັບປຸງລະບົບການຮຽນ-ການສອນ ໂດຍເນັ້ນໃສ່ຄຸນນະພາບເປັນຫລັກ ອີງ ຕາມ3ລັກສະນະ, 5ຫລັກມູນ ແລະ3ຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍເນັ້ນໃຫ້ ຄູ-ອາຈານ ສຸມໃສ່ພັດທະນາຕົນເອງ, ຫັນເອົາການຮຽນ-ການສອນ ເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ ໃຫ້ນັກຮຽນໄດ້ຢ່າງມີປະສິດສິພາບ,ນອກຈາກປະຕິບັດຕາມຫລັກສູດການຮຽນ-ການສອນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ,ໂຮງຮຽນ ຍັງໄດ້ເນັ້ນການສອນພາສາຫວຽດນາມ ເປັນຫລັກ ເພື່ອເຮັດໃຫ້ນັກຮຽນ ທີ່ຮຽນຈົບຈາກ ໂຮງຮຽນດັ່ງກ່າວໃຫ້ສາມາດ ຟັງ,ເວົ້າ ແລະ ຂຽນພາສາຫວຽດນາມ ໄດ້ໂດຍພື້ນຖານ.

  ໃນສົກຮຽນ2024-2025ນີ້,ໂຮງຮຽນໄດ້ຕັ້ງເປົ້າໝາຍ ຈະສືບຕໍ່ປະຕິບັດຕາມຄຳຂວັນ ຂອງໂຮງຮຽນ ກໍຄື“ສອນດີ-ຮຽນເກັ່ງ”ຄຽງຄູ່ກັບການເອົາໃຈໃສ່ຫາງດ້ານວິຊາການ,ສືບຕໍ່ປະຕິບັດກິດຈະກໍານອກຫລັກສູດ ເປັນຕົ້ນ ດ້ານສິລະປະ,ກິລາ ເພື່ອໃຫ້ນ້ອງນັກຮຽນໄດ້ຮຽນຮູ້,ສຶກສາຢ່າງ ຮອບດ້ານ ແລະ ໄດ້ສຶກສາໃນສາຖານທີ່ ທີ່ອົບອຸ່ນ,ສະອາດ ແລະ ປອດໄພ.

  ພ້ອມ​ນີ້, ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຍັງໄດ້ຍົກໃຫ້ເຫັນ ເຖິງການພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ,ຫວຽດນາມ-ລາວ ໃນໄລຍະຜ່ານມາ ເຖິງປັດຈຸບັດ ໂດຍສະເພາະການພົວພັນຮ່ວມມືທາງດ້ານການສຶກສາ ເຊິ່ງສອງປະເທດ ໄດ້ມີການພົວພັນຮ່ວມມືກັນຢ່າງແໜ້ນແຟ້ນ,ສະໜິດສະໜົມ ໄດ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ລະຫວ່າງການນຳຂັ້ນສູງ ຂອງສອງປະເທດ,ລວມເຖິງພະນັກງານ-ວິຊາການ ໃນຂະແໜງການຕ່າງໆ ໄດ້ມີການແລກປ່ຽນບົດຮຽນ ດ້ານຕ່າງໆ ເຊິ່ງກັນ ແລະ ກັນ ໂດຍສະເພາະ ດ້ານການສຶກສາ ແລະ ອື່ນໆ.

  ຂ່າວ-ພາບ: ທະນູທອງ

网友评论/

相关推荐/