ໂຮງຮຽນຫງວຽນຢູ ເປີດການຮຽນ-ການສອນ ສົກ 2024-2025

  ຂປລ. ໃນວັນທີ11ກັນຍາ2024ນີ້,ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເປີດການຮຽນ-ການສອນ ສົກຮຽນ2024-2025ຢ່າງເປັນທາງການ ​ໂດຍມີ ທ່ານ ສຳລານ ພັນທະດີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ,ປະທານ​ສະມາຄົມຊາວຫວຽດນາມ ປະຈຳນະຄອນ

  ຂປລ. ໃນວັນທີ11ກັນຍາ2024ນີ້,ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເປີດການຮຽນ-ການສອນ ສົກຮຽນ2024-2025ຢ່າງເປັນທາງການ ​ໂດຍມີ ທ່ານ ສຳລານ ພັນທະດີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ,ປະທານ​ສະມາຄົມຊາວຫວຽດນາມ ປະຈຳນະຄອນຫລວງວຽງຈັນ,ບັນດາຄູ-ອາຈານ,ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

  ໂອກາດດັ່ງກ່າວ,ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ​ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ2024-2025ນີ້,ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ມີການປັບປຸງລະບົບການຮຽນ-ການສອນ ໂດຍເນັ້ນໃສ່ຄຸນນະພາບ ເປັນຫລັກ ອີງຕາມ3ລັກສະນະ, 5ຫລັກມູນ ແລະ3ຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍເນັ້ນໃຫ້ຄູ-ອາຈານ ສຸມໃສ່ພັດທະນາຕົນເອງ,ຫັນເອົາການຮຽນ-ການສອນ ເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ໃຫ້ ນັກຮຽນໄດ້ຢ່າງມີປະສິດສິພາບ,ນອກຈາກປະຕິບັດ ຕາມຫລັກສູດການຮຽນ-ການສອນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ,ໂຮງຮຽນ ຍັງໄດ້ເນັ້ນການສອນພາສາຫວຽດນາມ ເປັນຫລັກ ເພື່ອເຮັດໃຫ້ນັກຮຽນທີ່ຮຽນຈົບ ຈາກໂຮງຮຽນດັ່ງກ່າວ ໃຫ້ສາມາດ ຟັງ,ເວົ້າ ແລະ ຂຽນພາສາຫວຽດນາມ ໄດ້ໂດຍພື້ນຖານ.

  ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມແຮງຮ່ວມໃຈຮ່ວມກັບພະນັກງານ,ຄູ-ອາຈານ ປະຕິບັດໜ້າທີ່ຂອງຕົນ ໃຫ້ສຳເລັດຜົນ ແລະ ປະຕິບັດຄຳຂວັນທີ່ວ່າ“ສອນດີ-ຮຽນເກັ່ງ”ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໝັ້ນໃຈ ເມື່ອລູກຫລານຂອງຕົນ ໄດ້ຮັບການສຶກສາຮໍ່າຮຽນໃນ ສະພາບແວດລ້ອມການສຶກສາທີ່ກວ້າງຂວາງ,ປອດໄພ ແລະ ມີຄຸນນະພາບ. ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ຄູ​-ອາ​ຈານ ແລະ​ ພະ​ນັກ​ງານ​ ຂອງ​ໂຮງ​ຮຽນແຕ່​ລະ​ຄົນ ​ຈະພະ​ຍາ​ຍາມ​ ເປັນ​ແບບ​ຢ່າງດີ ​ທາງ​ດ້ານແນວຄິດ,ຄຸນສົມບັດ​ສິນ​ທຳ​ ໃຫ້​ແກ່​ນັກ​ຮຽນ ແລະ ດ້ວຍ​ຄວາມ​ກະຕືລືລົ້ນ,ຄວາມ​ມານະ​ພະຍາຍາມ​ຂອງ​ຄູ-​ອາຈານ ​ແລະ ນັກຮຽນ, ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ​ທຸກ​ຂັ້ນ,ຄູ-ອາຈານ ​ແລະ ນັກຮຽນ​ຂອງ​ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ຄໍາຂວັນຂອງ​ໂຮງຮຽນ ​ໃນ​ການ​ສອນດີ-ຮຽນ​ເກັ່ງ,ບັນລຸ​ເປົ້າ​ໝາຍ​ໃນສົກ​ຮຽນ​ໃໝ່ນີ້.

  ໃນສົກຮຽນ2024-2025ໂຮງຮຽນໄດ້ວາງແຜນ ແລະ ຈະສູ້ຊົນ ໃຫ້ບັນລຸເປົ້າໝາຍ ທີ່ຕັ້ງໄວ້ ຄື: ຊັ້ນອະນຸບານ3ໃຫ້ສາມາດເສັງຂຶ້ນຫ້ອງ ປ1ໄດ້100%,ການສອບເສັງເລື່ອນຊັ້ນບັນລຸໄດ້99%,ການສອບເສັງຈົບຊັ້ນ ປ5,ມ4ແລະ ມ7ບັນລຸໄດ້100%,ໃຫ້ມີນັກຮຽນເກັ່ງ ທີ່ໄດ້ຮັບລາງວັນລະດັບເມືອງ,ລະດັບແຂວງ ແລະ ລະດັບຊາດ,ມີນັກຮຽນໄດ້ຮັບໃບປະກາດແດງໃນການສອບເສັງຈົບຊັ້ນ. ພ້ອມທັງ ຈະເຂົ້າຮ່ວມ ແລະ ຍາດໃຫ້ໄດ້ລາງວັນ ໃນການແຂ່ງຂັນກິດຈະກໍານອກຫລັກສູດ (ສິລະປະ ແລະ ກິລາ). ພ້ອມນີ້,ຍັງຈະສູ້ຊົນເຮັດໃຫ້ໂຮງຮຽນ ເປັນໂຮງຮຽນສີຂຽວ,ສະອາດ,ສະພາບແວດລ້ອມດີ,ປອດຢາເສບຕິດ,ເປັນໂຮງຮຽນຕົວແບບ ແລະ ຄຸນນະພາບສູງ.

  ໃນສົກຮຽນ2023-2024ຜ່ານມາ, ເຖິງ​ວ່າຈະ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ກໍ​ຕາມ,ແຕ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ສຶກ​ສາ ​ກໍຄື ​ກິດ​ຈະ​ກໍາ ​ເຄື່ອນໄຫວນອກຫລັກສູດ ​ຂອງ​ໂຮງ​ຮຽນ ​ໄດ້​ຮັບຜົນສໍາເລັດເປັນທີ່ໜ້າພໍໃຈ ໂດຍສະເພາະ ແມ່ນຈໍານວນນັກຮຽນເກັ່ງ ທີ່ຍາດໄດ້ອັນດັບສູງ ໃນການສອບເສັງ ນັກຮຽນເກັ່ງຂັ້ນເມືອງເພີ່ມຂຶ້ນ ເມື່ອທຽບກັບ ສົກຮຽນທີ່ຜ່ານມາ. ນັ້ນ​ເປັນ​ການ​ຢືນຢັນ ​ອີກ​ເທື່ອ​ໜຶ່ງ​ວ່າ ຄຸນ​ນະພາ​ບການ​ສຶກສາ ​ຂອງ​ໂຮງຮຽນ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ,​ໄດ້​ສະ​ແດງ​ໃຫ້​ເຫັນ ​ແລະ ຮັບ​ຮູ້​ເຖິງ ຄວາມ​ມານະ​ພະຍາຍາມ ​ຂອງ​ຄູ-​ອາຈານ ​ແລະ ນັກຮຽນ​ຂອງ​ໂຮງຮຽນ ຫງວຽນ​ຢູ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

  ຂ່າວ-ພາບ: ທະນູທອງ

网友评论/

相关推荐/