ຜູ້ແທນກອງປະຊຸມ ໄອປາ ທ່ອງທ່ຽວແຂວງຫລວງພະບາງ

  ຂປລ. ວັນທີ22ຕຸລາ2024ຜ່ານ​ມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ພ້ອມຄະນະ ໄດ້ນໍາພາບັນດາຜູ້ແທນກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA)ຄັ້ງທີ45ທີ່ລາວເປັນເຈົ້າພາບຈັດຂຶ້ນວັນທີ18-23ຕຸລາ2024ຢູ່ນະຄອນຫລວງວຽງຈັນ ​ໄດ້ໄປຢ້ຽມຢາມ ແລະ

  ຂປລ. ວັນທີ22ຕຸລາ2024ຜ່ານ​ມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ພ້ອມຄະນະ ໄດ້ນໍາພາບັນດາຜູ້ແທນກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA)ຄັ້ງທີ45ທີ່ລາວເປັນເຈົ້າພາບຈັດຂຶ້ນວັນທີ18-23ຕຸລາ2024ຢູ່ນະຄອນຫລວງວຽງຈັນ ​ໄດ້ໄປຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫລວງພະບາງ ເມືອງມໍລະດົກໂລກ.

  ​

  ໂອກາດ​ນີ້, ຄະນະຜູ້ແທນ​ໄອ​ປາ ໄດ້ຢ້ຽມຊົມບັນດາປູຊະນີຍະສະຖານ ທີ່ມີປະຫວັດອັນຍາວນານ ແລະ ເປັນທີ່ຮູ້ຈັກກັນດີ ​ເປັນ​ຕົ້ນ: ວັດຊຽງທອງ ເຊິ່ງເປັນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ ສຸດຂອງຫລວງພະບາງ ຄັ້ງໜຶ່ງໃນອະດີດແມ່ນວັດຫລວງປະຈຳລາຊະວົງລ້ານຊ້າງ ລາຊະວົງ ຫລວງພະບາງ ແລະ ລາຊະວົງລາວ ສ້າງຂຶ້ນປະມານປີ ຄສ1560ໂດຍສົມເດັດພະເຈົ້າໄຊຍະເຊດຖາທິລາດ ກະສັດຜູ້ປົກຄອງລາຊະອານາຈັກລ້ານຊ້າງ ຕັ້ງຢູ່ໃກ້ນ້ຳຂອງ, ເປັນວັດທີ່ມີສະຖາປັດຕະຍະກຳແບບລ້ານຊ້າງ ທີ່ງົດງາມຫລາຍຈົນ ຖືກຂະໜານນາມວ່າ "ອັນຍະມະນີ ຂອງສິລະປະລ້ານຊ້າງ".

  ນອກນີ້,ຄະນະຜູ້ແທນຍັງໄດ້ຢ້ຽມຊົມຫໍພະບາງ,ຫໍພິພິທະພັນຫລວງພະບາງ ຫລື ພະລາ ຊະວັງເກົ່າ, ສະຖານທີ່ທ່ອງທ່ຽວ ທໍາມະຊາດຕາດກວາງຊີ ແລະ ສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ພາຍໃນແຂວງຫລວງພະບາງ ອັນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ແຂກຕ່າງປະເທດ ທີ່ເດີນທາງມາຮ່ວມກອງປະ ຊຸມໄອປາ ຄັ້ງທີ45ໄດ້ເຫັນສະຖານທີ່ທ່ອງທ່ຽວທຳມະຊາດ,ວັດທະນະທຳ ແລະ ປະຫວັດສາດຂອງປະເທດລາວ ກໍຄື ແຂວງຫລວງພະບາງ ທີ່ເປັນເມືອງມໍລະດົກ​ໂລກແຫ່ງທຳອິດຂອງລາວ, ພາຍຫລັງກັບປະເທດຂອງຕົນ ບັນດາແຂກແຕ່ລະປະເທດ ຈະໄດ້ເຊີນຊວນປະຊາຊົນ ຂອງປະເທດຕົນມາທ່ຽວ ປະເທດລາວຫລາຍ​ຂຶ້ນ.

网友评论/

相关推荐/