ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກ

  ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່2ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ1ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລ

  ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່2ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ1ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

  ທ່ານ ດຣ ສະໜອງ ທອງຊະນະຮອງລັດຖະມົນຕີ ກະຊວງສາທາລະນະສຸກ ​ໄດ້​​ໃຫ້​ຮູ້ວ່າ: ກົດໝາຍດັ່ງກ່າວ ຖືເປັນບາດກ້າວສຳຄັນອັນໜຶ່ງ ໃນພາລະກິດການສະໜອງ ການບໍລິການປິ່ນປົວທີ່ມີຄຸນນະພາບ ໃຫ້ແກ່ພໍ່ແມ່ປະຊາຊົນທຸກຄົນ ເຊິ່ງຈະເປັນເຄື່ອງມືຊ່ວຍໃຫ້ລັດຖະບານ ແກ້ໄຂບັນຫາທ້າທາຍ ໃນວຽກງານສາທາລະນະສຸກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ການມີນິຕິກຳດ້ານສາທາລະນະສຸກ ທີ່ມີປະສິດທິພາບ ຖືເປັນເສົາຫລັກອັນໜຶ່ງ ໃນການສ້າງລະບົບສາທາລະນະສຸກ ທີ່ເຂັ້ມແຂງ ແລະ ໝັ້ນຄົງ ເນື່ອງຈາກນິຕິກຳດັ່ງກ່າວ ຈະຊ່ວຍວາງຂອບການຈັດຕັ້ງປະຕິບັດງານ ເພື່ອຮັບປະກັນການເຂົ້າເຖິງ ການບໍລິການປິ່ນປົວທີ່ມີຄຸນນະພາບ,ປົກປ້ອງສຸຂະພາບ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂອງ ພໍ່ແມ່ປະຊາຊົນທຸກຄົນ. ກົດໝາຍທັງ3ສະບັບນີ້ ຖືເປັນຜົນງານຢັ້ງຢືນຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງລັດຖະບານ ໃນການລົງທຶນໃສ່ວຽກງານ ສາທາລະນະສຸກ ເພື່ອຍົກສູງຊີວິດການເປັນຢູ່ ຂອງປະຊາຊົນລາວທັງໃນປັດຈຸບັນ ແລະ ອະນາຄົດ.

  ກົດໝາຍ ວ່າດ້ວຍສາທາລະນະສຸກໄດ້ປະກາດ​ໃຊ້ນັບແຕ່ເດືອນກໍລະກົດ2023ເປັນຕົ້ນມາ ເຊິ່ງໄດ້ເນັ້ນໜັກຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງລັດຖະບານ ຕໍ່ກັບຂະແໜງສາທາລະນະສຸກ ໂດຍສະເພາະ ໄດ້ກຳນົດໃຫ້ມີການຈັດສັນງົບປະມານ ຂອງຂະແໜງສາທາລະນະສຸກ ໃຫ້ກວມເອົາ ຢ່າງໜ້ອຍ9%ຂຶ້ນໄປຂອງງົບປະມານແຫ່ງລັດ. ກົດໝາຍສະບັບນີ້, ມີບົດບາດໃນການເຊື່ອມຕໍ່ ແລະ ຊີ້ນຳນິຕິກຳຫລາຍສະບັບທີ່ນອນ ໃນຂົງເຂດວຽກງານສາທາລະນະສຸກ, ພ້ອມທັງກຳນົດພາລະບົດບາດ,ໂຄງຮ່າງການຈັດຕັ້ງ ແລະ ການດຳເນີນງານໂດຍລວມ ຂອງກະຊວງ ສາທາລະນະສຸກ.

  ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ໄດ້ປະກາດ​ໃຊ້ນັບແຕ່ ເດືອນ ພະຈິກ2023ເປັນຕົ້ນມາ. ກົດໝາຍສະບັບນີ້, ໄດ້ຊຸກຍູ້ໃຫ້ປະຊາຊົນ ແລະ ອາສາສະໝັກສາທາລະນະສຸກຂັ້ນບ້ານ ມີສ່ວນຮ່ວມໃນການວາງແຜນ ແລະ ການໃຫ້ບໍລິການສຸຂະພາບຂັ້ນຕົ້ນ ພ້ອມທັງສ້າງຄວາມ ເຂັ້ມແຂງ ແລະ ເຊື່ອມສານການບໍລິການສຸຂະພາບ ເພື່ອໃຫ້ການ້ບໍລິການໃນຂັ້ນຊຸມຊົນ ມີປະສິດທິພາບຍິ່ງຂຶ້ນ.

  ກົດໝາຍ ວ່າດ້ວຍການປິ່ນປົວ(ສະບັບປັບປຸງ) ໄດ້ກຳນົດແນວທາງຈໍາເປັນ ໃນການຄຸ້ມຄອງສະຖານທີ່ ບໍລິການປິ່ນປົວພາກເອກະຊົນ ທີ່ນັບມື້ນັບຂະຫຍາຍຕົວ ເຊິ່ງປະກອບມີ ການຂຶ້ນທະບຽນໂຮງໝໍ,ຄລີນິກ ແລະ ສູນການປິ່ນປົວເອກະຊົນ ແລະ ກໍານົດນິຍາມຂອງ ຜູ້ປະກອບ ວິຊາຊີບປິ່ນປົວຕ້ອງມີໃບອະນຸຍາດເຄື່ອນໄຫວ ວິຊາຊີບປິ່ນປົວທີ່ອອກໃຫ້ໂດຍ ສະພາຄຸ້ມຄອງວິຊາຊີບ ສາທາລະນະສຸກ ແລະ ບັນທຶກເຂົ້າໃນຖານຂໍ້ມູນ ຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ. ກົດໝາຍສະບັບນີ້, ຖ້າມີການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ຈະຊ່ວຍຊຸກຍູ້ວຽກງານ ການຍົກສູງຄຸນນະພາບ ແລະ ຄວາມປອດໄພ ຂອງການບໍລິການປິ່ນປົວ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນການແພດ ຄືກັນກັບກົດໝາຍສະບັບອື່ນໆ.

  ກົດໝາຍທັງ3ສະບັບ ແມ່ນຮ່າງຂຶ້ນ ແລະ ປັບປຸງໂດຍ ກະຊວງສາທາລະນະສຸກ ຮ່ວມກັບສະພາແຫ່ງຊາດ, ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ,ກະຊວງຍຸຕິທຳ ແລະ ກະຊວງທີ່ກ່ຽວຂ້ອງ. ຂະບວນການຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (USCDC).ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແມ່ນສະໜັບສະໜູນ ແລະ ຮ່ວມມືອົງການອຸຍ​ນີ​ເຊບ ແລະ ອົງການອະນາໄມໂລກ, ການປັບປຸງກົດໝາຍ ວ່າດ້ວຍການປິ່ນປົວ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ.

  ຂ່າວ-ພາບ: ວຽງ​ສະຫວັນ

网友评论/

相关推荐/