ລົດເມສາທາລະນະ ເປີດໃຫ້ບໍລິການ ບໍ່ເສຍຄ່າ ໃນງານບຸນທາດຫລວງ 2024

  ຂປລ. ລົດເມສາທາລະນະ ຈະເປີດໃຫ້ບໍລິການມວນຊົນ ​ໃນນະຄອນຫລວງວຽງຈັນ ກໍ​ຄື ​ແຂກ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຈະ​ມາ​ທ່ຽວ​ຊົມບຸນນະມັດສະການ ພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ2024ໃນລະຫວ່າງ ວັນທີ11-15ພະຈິກ2024​ໂດຍ​ບໍ່​ເສຍ​ຄ່າ ຈໍ​ານວນ 6 ຈຸດ.

  ຄະນະຈັດບຸນນະມັດສະການ ພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ2024ລາຍງານ ​ໄດ້ໃຫ້ຮູ້ໃນພິທີຖະແຫລງຂ່າວ ຕໍ່ສື່ມວນຊົນໃນວັນທີ5ພະຈິກ2024ຜ່ານມານີ້ວ່າ:ລັດວິສາຫະກິດລົດເມນະຄອນຫລວງວຽງຈັນ ຈະເປີດໃຫ້ບໍລິການລົດເມສາທາລະນະ ໂດຍບໍ່ເສຍຄ່າ ໃນໄລຍະບຸນພະທາດຫລວງວຽງ​ຈັນ ໃນລະຫວ່າງ ວັນທີ11-15ພະຈິກ2024ໂດຍ ຈະໃຫ້ບໍລິການ ໃນ9ສາຍທາງ ເລີ່ມແຕ່ເວລາ17:00ໂມງ-22:30ໂມງ.ໃນນັ້ນ ລວມມີສາຍທາງ ທ່າງ່ອນ-ທາດ ຫລວງ,ດົງໂດກ-ທາດຫລວງ,ໂພນຕ້ອງ-ທາດຫລວງ,ໜອງໄຮ-ໄອເຕັກ-ທາດຫລວງ,ຫົວຂົວ-ດົງຄໍາຊ້າງ-ທາດຫລວງ,ຂົວມິດຕະພາບ-ທາດຫລວງ,ບ້ານຫ້ອມ-ທາດຫລວງ,ນາລ້ອງ-ສິມມະໂນ-ທາດ ຫລວງ ແລະ ສີໄຄ-ທາດຫລວງ.

  ສໍາລັບ ຈຸດທີ່ມວນຊົນສາມາດຂຶ້ນລົດເມ ໂດຍບໍ່ເສຍຄ່າ ລວມມີ6ຈຸດ.ໃນນີ້, ມີ2ຈຸດໃຫຍ່ ຄື:ສະຖານີລົດເມຕະຫລາດຂົວດິນ (ສະຖາທີ່ດັ່ງກ່າວສາມາດ ນໍາເອົາລົດສ່ວນຕົວມາຈອດໄດ້) ແລະ ສູນການຄ້າລາວ-ໄອເຕັກ (ສະຖານທີ່ດັ່ງກ່າວສາມາດ ເອົານໍາລົດສ່ວນຕົວມາຈອດໄດ້) ແລະ ອີກ4ຈຸດຂຶ້ນຍ່ອຍ ຄື: ສີ່ແຍກໄຟແດງໜອງບອນ,ທາງເຂົ້າສະພາແຫ່ງຊາດ,ສີ່ແຍກໄຟແດງທາດຫລວງພາຊາ ແລະ ຕໍ່ໜ້າສູນການຄ້າ ລາວ-ໄອເຕັກ. ບັນດາຈຸດຂຶ້ນ-ລົງລົດເມໂດຍບໍ່ເສຍຄ່າທັງໝົດ ແມ່ນໃຊ້ເວລາຂຶ້ນ-ລົງ ປະມານ3-5ນາທີ ເທົ່ານັ້ນ.

  ຂໍ້ມູນ-ພາບ: ວສລ

网友评论/

相关推荐/